pຄົນລາວp
ຄົນລາວ ໃຜວ່າຊາດຕໍ່າຕ້ອຍ ດ້ອຍຄ່າສູນສັກ
ໂລກາກ່າວ ລືກຽນຄັກ ຮູ້ກັນປະຈັກແຈ້ງ
ຄົນລາວ ເໜືອກາງໃຕ້ ລາວທີ່ໄລບ້ານເກີດ
ລາວທີ່ເຂົາບິແບ່ງໃຫ້ ໄກດິນຮ້ອຍໝື່ນຊ້າງ ຍັງຄົງໝັ້ນເປັນລາວ
ຄົນລາວຊາດເອກອ້າງ ທະນົງກຽດລືສັກ
ລາວຊື່ດຽວຍັງປະຈັກ ທົ່ວສາກົນພື້ນ
ໄທເໜືອຕົກກາງໃຕ້ ພູໄທພວນພໍ່າ
ໄທໂຍນຍວນພ່ອງລື້ ເຂີນພ້ອມກໍແມ່ນລາວ
ໄທແດງໄທດໍາດ້ວຍ ລວມໝູ່ເປັນລາວດຽວ
ເນົ່າເນັ່ງໃນດິນລາວ ນອກແດນຍັງຄົງໝັ້ນ
ລາວທີ່ໄລດິນກໍ້າ ໄປເນົານໍາແຖວຢູໂຣບ
ອະເມຣິກາທະວີບລໍ້າ ອົດຊີພຸ້ນກໍແມ່ນລາວ
ຄົນລາວເກີດຢູ່ກໍ້າ ພູມີພາກດິນໃດ
ພິພົບຄົນໂລກາຜືນ ກໍແມ່ນລາວດຽວລ້ວນ
ຈິດໃຈລາວແຂງເຂັ້ມ ວັດທະນະທັມບໍ່ມີເສື່ອມ
ເລືອດຍັງແດງບໍ່ດ່າງດ້ອຍ ສະເໝືອນເກືອເມັດນ້ອຍ ບໍ່ມີມື້ຈືດຈາງ
ຄົນລາວເນົາພາກພື້ນ ປະເທດຊາດມາຕຸພູມ
ພ້ອມພໍ່າພຽງພົງພັນ ວັດທະນາການກ້າວ
ສຸມເຮື່ອແຮງປັນຍາດ້ວຍ ກໍາລັງໃຈໃສສະອາດ
ພັດທະນາຊາດກ້າວ ໃຫ້ເຮືອງຂຶ້ນລື່ນທະວີ

ລາວເຮົາແຕ່ກ່ອນກີ້ ມີຄວາມຍາກເຫຼືອຫຼາຍ
ໃຜກໍເຫັນນໍາກັນ ບໍ່ຢາກຈາໃຫ້ມັນຊໍ້າ
ຄວນເນັ່ງນໍາໃຫ້ເຫັນແຈ້ງ ຈຸດດີຈຸດອ່ອນ
ສອນເຜົ່າພົງພີ່ນ້ອງ ໃຫ້ແຈ້ງທົ່ວພັນ
ຄົນລາວທຸກສໍ່າຊັ້ນ ເນົາພາກພູມີແດນໃດ
ກໍເປັນລາວດັ່ງດຽວ ບໍ່ແບ່ງສອງໃຫ້ລາວມ້ວຍ
ຊ່ວຍກັນປົກປັກປ້ອງ ປອງປຸນໃຫ້ລາວເດັ່ນ
ເປັນຫຼານເຫຼັນບູລຸດກ້າ ພຣະຍາຟ້າງຸ່ມງໍາ ທ່ານເອີຍ.

pຄວາມສຸກຂອງໃຈ ຄື ໃຈມີຄວາມສຸກp
ຄວາມຈິງຂອງມະນຸດເຮົາ
ກໍ່ຄື ການຈະມີຄວາມສຸກໃນຊີວິດໄດ້
ແມ່ນການມີຄວາມເອື້ອເຟື້ອເຜື່ອແຜ່ ແລະ ການຊ່ວຍເຫຼືອຜູ້ຄົນເທົ່າທີຈະເຮັດໄດ້.
ແຕ່ຄົນເຮົາໃນສົງຄົມທຸກມື້ນີ້ ຜູ້ທີ່ມີຄວາມເອື້ອເຟື້ອເຜື່ອແຜ່ແມ່ນນັບມື້
ນັບຫຼຸດນ້ອຍຖອຍລົງ ຊຶ່ງສິ່ງນີ້ໄດ້ກາຍເປັນສາເຫດຂອງການມີຄວາມສຸກທາງໃຈ.
ຜູ້ທີ່ຮູ້ຈັກຄໍາວ່າ " ພຽງພໍ " ຈະມີຄວາມສຸກຕະຫຼອດໄປ ແຕ່ຊິມີຈັກຄົນໃນຈໍານວນ 100 ຄົນທີ່ຮູ້ຈັກຄໍາໆນີ້ ຜູ້ຄົນສ່ວນໃຫຍ່ ເມື່ອມີລົດຈັກກໍ່ຢາກໄດ້ລົດໃຫຍ່, ມີລົດໃຫຍ່ແລ້ວກໍ່ຢາກໄດ້ຄັນໃໝ່....ແລະຍັງລວມໄປເຖິງ ມີເມຍແລ້ວກໍ່ຍັງຢາກໄດ້ເມຍນ້ອຍອີກຄົນ.
ບາງຄັ້ງຄົນເຫຼົ່ານັ້ນກໍ່ລືມຖາມໂຕເອງວ່າ: ເມື່ອມີລົດໃຫຍ່ຂີ່, ມີເງິນຫຼາຍໆ, ມີເມຍນ້ອຍ ແລ້ວຈະມີຄວາມສຸກແທ້ສັ້ນບໍ່...?
ປັດຈຸບັນການປຽບທຽບຄວາມຮັ່ງມີ ແລະ ໜ້າທີການງານ ເປັນເຫດເຮັດໃຫ້ຄົນເຮົາຂາດຄວາມເຊື່ອຖືເຊິງກັນແລະກັນ ບາງຄົນທີມີໜ້າທີ່ຕໍາແໜງກໍມັກຈະຕີຄ່າຄວາມເປັນຄົນຂອງຄົນທີ່ ຕໍາແໜງນ້ອຍກ່ວາຕົນເອງວ່າຄົນເຫຼົ່ານັ້ນຕໍາກ່ວາຕົນ ທັງໆທີ່ທຸກຄົນຕ່າງກໍມີຄ່າຂອງຄວາມເປັນຄົນສໍາໆກັນໝົດທຸກຄົນ.
ໃນຄວາມເປັນຈິງແລ້ວຄວາມສຸກມີໄດ້ຫຼາຍໆຢ່າງເຊັ່ນ: ການໄດ້ອ່ານປື້ມທີ່ເຮົາມັກ, ໄດ້ຢູ່ກັບສາຍລົມເບົາໆ, ໄດ້ກິນອາຫານແຊບໆ...
ດັ່ງນັ້ນຄວາມສຸກຈຶ່ງຂື້ນ ຢູ່ກັບຄວາມພໍໃຈຂອງແຕ່ລະຄົນວ່າມີຫຼາຍ ຫຼືນ້ອຍສໍາ່ໃດ? ສະນັ້ນຖ້າເຮົາສາມາດຫຼຸດຄວາມຢາກໄດ້ໃຫ້ນ້ອຍລົງ ແລະຮູ້ຈັກຄໍາວ່າ " ພຽງພໍ " ຫຼື " ພໍໃຈໃນສິ່ງທີຕົນເອງມີ "ໃຫ້ຫຼາຍຂື້ນທໍໃດ ຄວາມສຸກກໍຈະເກີດກັບເຮົາ.

ไม่มีความคิดเห็น:
แสดงความคิดเห็น