วันอาทิตย์ที่ 29 กันยายน พ.ศ. 2556

pຄົນລາວp
  ຄົນ­ລາວ ໃຜວ່າ­ຊາດ­ຕໍ່າ­ຕ້ອຍ ດ້ອຍຄ່າ­ສູນ­ສັກ
ໂລກາກ່າວ ລືກຽນ­ຄັກ ຮູ້­ກັນປະ­ຈັກແຈ້ງ
ຄົນ­ລາວ ເໜືອກາງໃຕ້ ລາວທີ່ໄລບ້ານເກີດ
ລາວທີ່ເຂົາບິແບ່ງໃຫ້ ໄກ­ດິນຮ້ອຍ­ໝື່ນຊ້າງ ຍັງ­ຄົງ­ໝັ້ນເປັນ­ລາວ

  ຄົນ­ລາວຊາດເອກອ້າງ ທະ­ນົງ­ກຽດ­ລືສັກ
ລາວຊື່­ດຽວຍັງປະ­ຈັກ ທົ່ວສາກົນ­ພື້ນ
ໄທເໜືອຕົກ­ກາງໃຕ້ ພູໄທພວນ­ພໍ່າ
ໄທໂຍນ­ຍວນພ່ອງ­ລື້ ເຂີນພ້ອມ­ກໍແມ່ນ­ລາວ

  ໄທແດງໄທດໍາດ້ວຍ ລວມ­ໝູ່ເປັນ­ລາວດຽວ
ເນົ່າເນັ່ງໃນ­ດິນ­ລາວ ນອກແດນ­ຍັງ­ຄົງ­ໝັ້ນ
ລາວທີ່ໄລດິນ­ກໍ້າ ໄປເນົານໍາແຖວຢູໂຣບ
ອະ­ເມ­ຣິກາ­ທະ­ວີບ­ລໍ້າ ອົດ­ຊີພຸ້ນ­ກໍແມ່ນ­ລາວ

  ຄົນ­ລາວເກີດ­ຢູ່­ກໍ້າ ພູມີພາກ­ດິນໃດ
ພິພົບ­ຄົນໂລກາ­ຜືນ ກໍແມ່ນ­ລາວດຽວລ້ວນ
ຈິດໃຈລາວແຂງເຂັ້ມ ວັດທະ­ນະ­ທັມ­ບໍ່­ມີເສື່ອມ
ເລືອດ­ຍັງແດງ­ບໍ່ດ່າງດ້ອຍ ສະ­ເໝືອນເກືອເມັດນ້ອຍ ບໍ່­ມີມື້­ຈືດ­ຈາງ

  ຄົນ­ລາວເນົາ­ພາກ­ພື້ນ ປະ­ເທດ­ຊາດ­ມາ­ຕຸພູມ
ພ້ອມ­ພໍ່າ­ພຽງ­ພົງ­ພັນ ວັດທະ­ນາການກ້າວ
ສຸມເຮື່ອແຮງ­ປັນ­ຍາດ້ວຍ ກໍາ­ລັງໃຈໃສສະ­ອາດ
ພັດທະ­ນາ­ຊາດກ້າວ ໃຫ້ເຮືອງ­ຂຶ້ນ­ລື່ນທະ­ວີ


  ລາວເຮົາແຕ່ກ່ອນ­ກີ້ ມີຄວາມ­ຍາກເຫຼືອຫຼາຍ
ໃຜກໍເຫັນ­ນໍາກັນ ບໍ່­ຢາກ­ຈາໃຫ້­ມັນ­ຊໍ້າ
ຄວນເນັ່ງ­ນໍາໃຫ້ເຫັນແຈ້ງ ຈຸດ­ດີຈຸດອ່ອນ
ສອນເຜົ່າ­ພົງ­ພີ່ນ້ອງ ໃຫ້ແຈ້ງ­ທົ່ວພັນ

  ຄົນ­ລາວທຸກ­ສໍ່າ­ຊັ້ນ ເນົາ­ພາກ­ພູມີແດນໃດ
ກໍເປັນ­ລາວດັ່ງ­ດຽວ ບໍ່ແບ່ງ­ສອງໃຫ້­ລາວມ້ວຍ
ຊ່ວຍ­ກັນ­ປົກ­ປັກປ້ອງ ປອງ­ປຸນໃຫ້­ລາວເດັ່ນ
ເປັນ­ຫຼານເຫຼັນ­ບູລຸດກ້າ ພຣະ­ຍາ­ຟ້າງຸ່ມ­ງໍາ ທ່ານເອີຍ.



pຄວາມສຸກຂອງໃຈ  ຄື ໃຈມີຄວາມສຸກp
ຄວາມ­ຈິງ­ຂອງມະ­ນຸດເຮົາ ກໍ່­ຄື ການຈະ­ມີຄວາມ­ສຸກໃນ­ຊີວິດໄດ້ ແມ່ນ­ການ­ມີຄວາມເອື້ອເຟື້ອເຜື່ອແຜ່ ແລະ­ ການຊ່ວຍເຫຼືອຜູ້­ຄົນເທົ່າ­ທີຈະ­ເຮັດໄດ້. ແຕ່­ຄົນເຮົາໃນ­ສົງ­ຄົມ­ທຸກ­ມື້­ນີ້ ຜູ້­ທີ່­ມີຄວາມເອື້ອເຟື້ອເຜື່ອແຜ່ແມ່ນ­ນັບ­ມື້ ນັບ­ຫຼຸດນ້ອຍ­ຖອຍ­ລົງ ຊຶ່ງ­ສິ່ງ­ນີ້ໄດ້­ກາຍເປັນ­ສາເຫດ­ຂອງ­ການ­ມີຄວາມ­ສຸກ­ທາງໃຈ.
ຜູ້­ທີ່­ຮູ້­ຈັກ­ຄໍາວ່າ " ພຽງ­ພໍ " ຈະ­ມີຄວາມ­ສຸກຕະ­ຫຼອດໄປ ແຕ່­ຊິມີຈັກ­ຄົນໃນ­ຈໍານວນ 100 ຄົນ­ທີ່­ຮູ້­ຈັກ­ຄໍາໆ­ນີ້ ຜູ້­ຄົນສ່ວນໃຫຍ່ ເມື່ອມີລົດ­ຈັກ­ກໍ່­ຢາກໄດ້­ລົດໃຫຍ່, ມີລົດໃຫຍ່ແລ້ວກໍ່­ຢາກໄດ້­ຄັນໃໝ່....ແລະ­ຍັງ­ລວມໄປເຖິງ ມີເມຍແລ້ວກໍ່­ຍັງ­ຢາກໄດ້ເມຍນ້ອຍ­ອີກ­ຄົນ.
ບາງ­ຄັ້ງ­ຄົນເຫຼົ່ານັ້ນ­ກໍ່­ລືມ­ຖາມໂຕເອງວ່າ: ເມື່ອມີລົດໃຫຍ່­ຂີ່, ມີເງິນ­ຫຼາຍໆ­, ມີເມຍນ້ອຍ ແລ້ວຈະ­ມີຄວາມ­ສຸກແທ້­ສັ້ນ­ບໍ່...?
ປັດ­ຈຸບັນ­ການ­ປຽບ­ທຽບ­ຄວາມ­ຮັ່ງ­ມີ ແລະ ­ໜ້າ­ທີການ­ງານ ເປັນເຫດເຮັດໃຫ້­ຄົນເຮົາ­ຂາດ­ຄວາມເຊື່ອຖືເຊິງ­ກັນແລະ­ກັນ ບາງ­ຄົນ­ທີມີໜ້າ­ທີ່­ຕໍາແໜງ­ກໍມັກຈະ­ຕີຄ່າ­ຄວາມເປັນ­ຄົນ­ຂອງ­ຄົນ­ທີ່­ ຕໍາແໜງນ້ອຍກ່­ວາ­ຕົນເອງວ່າ­ຄົນເຫຼົ່ານັ້ນ­ຕໍາກ່­ວາ­ຕົນ ທັງໆ­ທີ່­ທຸກ­ຄົນຕ່າງ­ກໍມີຄ່າ­ຂອງ­ຄວາມເປັນ­ຄົນ­ສໍາໆ­ກັນ­ໝົດ­ທຸກ­ຄົນ.
ໃນ­ຄວາມເປັນ­ຈິງແລ້ວຄວາມ­ສຸກ­ມີໄດ້­ຫຼາຍໆ­ຢ່າງເຊັ່ນ: ການໄດ້ອ່ານ­ປື້ມ­ທີ່ເຮົາມັກ, ໄດ້­ຢູ່­ກັບ­ສາຍ­ລົມເບົາໆ­, ໄດ້­ກິນ­ອາ­ຫານແຊບໆ­...
ດັ່ງ­ນັ້ນ­ຄວາມ­ສຸກ­ຈຶ່ງ­ຂື້ນ­ ຢູ່­ກັບ­ຄວາມ­ພໍໃຈຂອງແຕ່ລະ­ຄົນວ່າມີຫຼາຍ ຫຼືນ້ອຍ­ສໍາ່ໃດ? ສະ­ນັ້ນຖ້າເຮົາ­ສາມາດ­ຫຼຸດ­ຄວາມ­ຢາກໄດ້ໃຫ້ນ້ອຍ­ລົງ ແລະ­ຮູ້­ຈັກ­ຄໍາວ່າ " ພຽງ­ພໍ " ຫຼື " ພໍໃຈໃນ­ສິ່ງ­ທີຕົນເອງ­ມີ "ໃຫ້­ຫຼາຍ­ຂື້ນ­ທໍໃດ ຄວາມ­ສຸກ­ກໍຈະ­ເກີດ­ກັບເຮົາ.